ທ່ານແສງເພດ ຮຸ່ງບຸນຍວງ ເນັ້ນໜັກວ່າ ຜ່ານການປະຕິບັດແຜນການ ຂອງພັກ ແລະ ລັດ ກ່ຽວກັບກອງທັບເຂົ້າຮ່ວມາການສ້າງສາພັດທະນາເສດຖະກິດ, ກອງພົນ 11 ບັນລຸໄດ້ບາດກ້າວພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະ 3 ທົດສະວັດ ຕັ້ງແຕ່ເວລາສ້າງຕັ້ງ, ເຊິ່ງໄດ້ປະກອບສ່ວນເຂົ້າການສ້າງພື້ນຖານໂຄງລ່າງ ບັນດາໂຄງການຈຸດສຸມຂອງ ຫວຽດນາມ.
ທ່ານ ແສງເພັດ ຮຸ່ງບຸນຍວງເອັກອັກຄະລັດຖະທູດ ລາວປະຈຳຫວຽດນາມ
ທີ່ການພົບປະມິດຕະພາບ ຫວຽດນາມ - ລາວໂດຍກອງພົນ 11 ຈັດຕັ້ງຂຶ້ນ, ທ່ານ ແສງເພັດ ຮຸ່ງບຸນຍວງເອັກອັກຄະລັດຖະທູດ ລາວປະຈຳຫວຽດນາມແບ່ງປັນວ່າ: “ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ເຖິງວ່າ ສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຢ່າງວ່ອງໄວ, ສັບສົນກໍ່ຕາມ, ແຕ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມໂດຍທ່ານ ປະທານໂຮ່ຈີມິນຍິ່ງໃຫຍ່, ທ່ານປະທານປະເທດ ໄກສອນ ພົນວິຫານ ແລະ ປະທານ ສຸພານຸວົງ ແສນເຄົາລົບຮັກ ເພີ່ມພຸນຄຸນສ້າງ ພ້ອມກັບການນຳ, ນັກປະຕິວັດ ບັນດາລຸ້ນຄົນ ແລະ ປະຊາຊົນ ສອງປະເທດ ສືບຕໍ່ຜັນຂະຫຍາຍ. ປັດຈຸບັນ, ມັນໄດ້ກາຍເປັນສັບສິນອັນລ້ຳຄ່າຂອງທັງສອງປະເທດ, ແມ່ນກົດເກນເປັນຕາຍ ແລະ ພັດທະນາຂອງສອງປະເທດ, ແມ່ນປັດໄຈຕັດສິນຊີ້ຂາດ ໃນທຸກໄຊຊະນະຂອງປະຕິວັດແຕ່ລະປະເທດ. ການພົວພັນ ຫວຽດ ລາງບໍ່ພຽງແຕ່ບໍ່ຫຼຸດນ້ອຍຖອຍລົງ ຫາຍັງສືບຕໍ່ໄດ້ເພີ່ມທະວີນັບທັງລວງກວ້າງ ແລະ ລວງເລິກໃນທຸກໆຂະແໜງການ”.
ທ່ານແສງເພດ ຮຸ່ງບຸນຍວງ ເນັ້ນໜັກວ່າ ຜ່ານການປະຕິບັດແຜນການ ຂອງພັກ ແລະ ລັດ ກ່ຽວກັບກອງທັບເຂົ້າຮ່ວມາການສ້າງສາພັດທະນາເສດຖະກິດ, ກອງພົນ 11 ບັນລຸໄດ້ບາດກ້າວພັດທະນາຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະ 3 ທົດສະວັດ ຕັ້ງແຕ່ເວລາສ້າງຕັ້ງ, ເຊິ່ງໄດ້ປະກອບສ່ວນເຂົ້າການສ້າງພື້ນຖານໂຄງລ່າງ ບັນດາໂຄງການຈຸດສຸມຂອງ ຫວຽດນາມ. ພິເສດ, ບໍລິສັດໄດ້ຄັດເລືອກເອົາເປັນຜູ້ຮັບເໝົາກໍ່ສ້າງໂຄງການສ້າງຫໍສະພາແຫ່ງຊາດ ລາວ ຫຼັງໃໝ່. ສິ່ງນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເຂົ້າຄຸນນະພາບ ແລະ ໝາກຜົນຂອງບໍລິສັດທີ່ມາຈາກພັກ, ລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ. ເພາະສະນັ້ນ ໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດສຳຄັນລະຫວ່າງ ສອງປະເທດ, ພ້ອມທັງແມ່ນຂອງຂັວນຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ສະຫງວຽນໃຫ້ແກ່ພັກ, ລັດ, ສະພາແຫງຊາດ ແລະ ປະຊາຊົນລາວ. ໂຄງການທີ່ມີມູນຄ່າ 110 ລ້ານ ໂດລາ ສະຫະລັດ ແລະ ພາຍຫຼັງສຳເລັດໂຄງການຈະກາຍເປັນສັນຍະລັກໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງປະເທດ”.
ແລະກໍ່ທີ່ການພົບປະ, ທ່ານແສງເພດ ຮຸ່ງບຸນຍວງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການອັນລ້ຳຄ່າທີ່ຖອນໄດ້ຈາກການກໍ່ສ້າງບັນດາໂຄງການຈຸດສຸມຂອງຫວຽດນາມໃນໄລຍະທີຜ່ານມາ, ກອງພົນ 11 ຈະສາມາດສຳເລັດການສ້າງໂຄງການສະພາແຫ່ງຊາດ ລາວຫຼັງໃໝ່ຢ່າງຖືກຕ້ອງຕາມຄວາມຄືບໜ້າ ດ້ວຍຄຸນນະພາບສູງ.