ຄະນະກຳມະການຮ່ວມມື ລາວ-ຫວຽດນາມ
ỦY BAN HỢP TÁC LÀO-VIỆT NAM
Toggle navigation
ຄະນະກຳມະການຮ່ວມມື
ລາວ-ຫວຽດນາມ
ກົດໝາຍ ແລະ ນິຕິກຳ
ໜ້າທໍາອິດ
ກ່ຽວກັບ
ປະຫວັດຄວາມເປັນມາ
ພາລະບົດບາດ
ຄະນະນຳ
ໂຄງຮ່າງການຈັດຕັ້ງ
ຂ່າວສານ
ຂ່າວພາຍໃນ
ຂ່າວ ສາກົນ
ໂຄງການຮ່ວມມື-ລົງທຶນ
ໂຄງການຊ່ວຍເຫຼືອ
ໂຄງການລົງທຶນ
ກ່ຽວກັບເວັບໄຊ
ຕິດຕໍ່
Search
ແຈ້ງການ
ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ
ຄະນະວິຊາການ ດຳເນີນການເຄື່ອນໄຫວເຮັດວຽກ ໃນການຕິດຕາມ, ຊຸກຍຸ້ ການຊ່ວຍເຫຼືອລ້າ ແລະ ການລົງທຶນ ຂອງ ສສ...
ຂ່າວໂຄວິດ-19 ປະຈຳວັນທີ 06 ພະຈິກ 2021 ຂອງ ສສ ຫວຽດນາມ
ຂ່າວໂຄວິດ-19 ປະຈຳວັນທີ 04 ພະຈິກ 2021 ຂອງ ສສ ຫວຽດນາມ
ຂ່າວໂຄວິດ-19 ປະຈຳວັນທີ 03 ພະຈິກ 2021 ຂອງ ສສ ຫວຽດນາມ
ຂ່າວໂຄວິດ-19 ປະຈຳວັນທີ 01 ພະຈິກ 2021 ຂອງ ສສ ຫວຽດນາມ
ຄຳເຫັນຂອງທ່ານ ຄໍາເຜີຍ ແກ້ວກິນນາລີ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ
ເພື່ອເສີມຂະຫຍາຍ ແລະ ຮັບປະກັນໃຫ້ແກ່ວຽກງານການປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ, ລັດຖະບານ ກໍ່ຄືກະຊວງແຜນການ ແລະ ການລົງທຶນ ໃນການເຄື່ອນໄຫວວຽກງານການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ, ຂ້າພະເຈົ້າ ເຫັນວ່າ: ການເປີດເວັບໄຊ ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແມ່ນມີຄວາມໝາຍຄວາມສຳຄັນ, ຈຳເປັນຫຼາຍ ແລະ ຈະເປັນໂອກາດ ແລະ ເປັນເຄື່ອງມືທີ່ດີ ໃຫ້ແກ່ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ເຊິ່ງນອກຈາກຈະເປັນການໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວວຽກງານການຮ່ວມມື ລາວ-ຫວຽດນາມ ແລ້ວຍັງຈະໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດເຮົາ, ການເຕີບໃຫຍ່ຂະຫຍາຍຕົວດ້ານການພັດທະນາເສດຖະກິດ-ສັງຄົມ, ດຶງດູດການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ອື່ນໆ ທີ່ມີປະໂຫຍດຕໍ່ປະເທດເຮົາ.
ນອກຈາກນັ້ນ, ໃນຖານະທີ່ລາວ ແລະ ຫວຽດນາມ ເປັນປະເທດເພື່ອນມິດຍຸດທະສາດ, ມີມູນເຊື້ອມາແຕ່ດົນນານ. ສະນັ້ນ, ການສ້າງເວັບໄຊຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ກໍ່ຍິ່ງມີຄວາມຈຳເປັນຫຼາຍ ເພາະພວກເຮົາຈະໄດ້ມີການສື່ສານ, ໂຄສະນາ, ປະຊາສຳພັນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ກັບ ສສ ຫວຽດນາມ.
ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຖືໂອກາດນີ້ ຂໍສະແດງຄວາມຊົມເຊີຍ ຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ທີ່ໄດ້ມີຄວາມພະຍາຍາມໃນການປະຕິບັດພາລະບົດບາດຂອງຕົນ ດ້ວຍຄວາມຮັບຜິດຊອບຢ່າງສູງ ດ້ວຍການລິເລີ່ມ ແລະ ປັບປຸງລະບົບຂໍ້ມູນຂ່າວສານຂອງຕົນໃຫ້ຫັນເປັນທັນສະໄໝເທື່ອລະກ້າວ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ເວັບໄຊນີ້ ຈະກາຍເປັນພາຫານະໜຶ່ງທີ່ສຳຄັນ ເຮັດໃຫ້ການເຄື່ອນໄຫວວຽກງານການໂຄສະນາ ປະຊາສໍາພັນການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ ມີຄວາມວ່ອງໄວ, ສະດວກຍິ່ງຂຶ້ນ, ປະກອບສ່ວນຊ່ວຍຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດຂອງພວກເຮົາ.
ອວຍພອນໃຫ້ ເວັບໄຊຂອງ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຈົ່ງເປັນສື່ມວນຊົນປະເພດໜຶ່ງທີ່ເປັນກະບອກສຽງໃນການເຮັດໜ້າທີ່ຊຸກຍູ້, ສົ່ງເສີມ ທັງຕິດຕາມກວດກາການເຄື່ອນໄຫວວຽກງານຂອງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຫວຽດນາມ ໃນແຕ່ລະໄລຍະຢ່າງມີປະສິດທິຜົນ ແລະ ຂໍອວຍພອນໃຫ້ເວບໄຊຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.
ຂອບໃຈ !
ກ່ຽວກັບ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ
ຄະນະກໍາມະການຮ່ວມມືສອງປະເທດ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍເນື້ອໃນ ກອງປະຊຸມ ຄັ້ງທີ 43
ສະຫາຍ ຫງວຽນ ຈີ້ ຢຸງ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ສົ່ງສານອວຍພອນ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ສູນກາງພັກປະຊາຊົນ...
ພິທີ ມອບ-ຮັບ ການຊ່ວຍເຫຼືອລ້າ ພັດທະນາລະບົບຊອບແວ ແລະ ເປີດການນໍາໃຊ້ ເວບໄຊຄະນະກໍາມະການຮ່ວມມື ລາວ-ຫວຽດນາມ
ປະຫວັດຄວາມເປັນມາ
ຄະນະນຳ
ປະຫວັດຄວາມເປັນມາ
ພາລະບົດບາດ
ແຈ້ງການ, ຄຳສັ່ງ ແລະ ຂໍ້ຕົກລົງ
ລຳດັບ
ເນື້ອໃນ
ລົງວັນທີ
ດາວໂຫຼດ
1
ຂໍ້ຕົກລົງ 2710, 9 ພະຈ້ກ 2017
15-10-2020
Download
2
ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017
13-10-2020
Download
3
ສົນທິສັນຍາ ປີ 1977
13-10-2020
Download
ກອງປະຊຸມຄັ້ງທີ 43 ຫວຽດນາມ - ລາວ
ເວບໄຊກະຊວງອື່ນໆ
ກະຊວງ ແຜນການ ແລະ ການລົງທຶນ
investlaos
ກະຊວງ ການເງິນ
ກະຊວງ ໄປສະນີ
ກະຊວງ ການຕ່າງປະເທດ
ບໍລິສັດໂຄສະນາ