ກອງປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງທີ XIII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 25 ມັງກອນ - 02 ກຸມພາ 2021.


ກອງປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງທີ XIII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 25 ມັງກອນ - 02 ກຸມພາ 2021.
1. ຜູ້ແທນສົມບູນ 1.587 ສະຫາຍ (ເພດຍິງ 13,99% ແລະ ຊົນເຜົ່າ 11,03%) ໄດ້ຕາງໜ້າ​ໃຫ້​ສະມາຊິກ​ພັກ ຫຼາຍ​ກວ່າ 5,1 ລ້ານ​ຄົນ​ໃນທົ່ວປະ​ເທດ ເຂົ້າຮ່ວມກອງ​ປະຊຸມ​ຄັ້ງ​ນີ້ ເຊິ່ງຈັດ​ຂຶ້ນ​ເປັນ​ເວລາ 09 ວັນ ເພື່ອ​ສະ​ເໜີບັນດາ​ນະ​ໂຍບາຍ​ໃນຕໍ່ໜ້າ ​ແລະ ​ເນື້ອ​ໃນ​ສຳຄັນຂອງ​ກອງ​ປະຊຸມ​ ຈະ​ມີ​ການ​ປ່ຽນ​ແປງ​ໃໝ່ ​ແລະ ວາງ​ເປົ້າ​ໝາຍ​ໃນ​ການ​ພັດທະນາ​ປະ​ເທດ ຂອງ ສສ ຫວຽດນາມ.
2. ກ່ອນດຳເນີນກອງປະຊູມ, ຄະນະຜູ້ແທນກອງປະຊູມໃຫຍ່ ໄດ້ເຂົ້າຢ້ຽມຂໍ່ານັບປະທານ ໂຮຈີມີນ ຜູ້ກໍ່ຕັ້ງພັກຄອມມູນິດອິນດູຈີນ ແລະ ພັກຄອມມູນິດຫວຽດນາມ.
3. ສະຫາຍ ນາງ ຫງວນ ທິ ກີມ ເງິນ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກສະໄໝ XII ເປັນປະທານດຳເນີນວາລະກອງປະຊູມໃຫຍ່ XIII, ໄດ້ແຈ້ງວາລະກອງປະຊູມ ລະບຽບການກອງປະຊູມ ແລະ ຜູ້ແທນກອງປະຊູມໃຫຍ່ໄດ້ລົງມະຕິຮັບຮອງ ຄະນະປະທານກອງປະຊູມ ຄະນະກອງເລຂາກອງປະຊູມໃຫຍ່ XIII ແລະ ຄຸນສົມບັດຜູ້ແທນກອງປະຊູມໃຫຍ່ຢ່າງເປັນທາງການ.
4. ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ (ວາລະເປີດກວ້າງ) ປະກອບມີ: ອະດີດການນຳພັກ-ລັດ, ທູຕານຸທູດ ແລະ ຕົວແທນນັກການທູດຕ່າງປະເທດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ຢູ່ນະຄອນຫຼວງຮ່າໂນ່ຍ, ຊາວໜຸ່ມ, ນັກຮຽນຮູ້ປັນຍາຊົນ ແລະ ຕົວແທນຈາກອົງການຈັດຕັ້ງສາສະນາ.
5. ກອງປະຊູມໃຫຍ່ ໄດ້ຮັບຟັງບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມ ຕາມລຳດັບ.
ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:26-56-2021     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 2083 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download