ຄະນະກໍາມະການຮ່ວມມືສອງປະເທດ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍເນື້ອໃນ ກອງປະຊຸມ ຄັ້ງທີ 43


ໃນວັນທີ 1-2 ເມສາ 2021 ທີ່ຫ້ອງປະຊຸມຂອງ ດ່ານຊາຍແດນສາກົນ ແດນສະຫວັນ - ລາວບ່າວ, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈໍາການ ຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະ ວິຊາການຝ່າຍລາວ ໄດ້ຮ່ວມກັບ ທ່ານ ຫງວຽນ ວັນ ຈຸງ ຮອງລັດຖະມົນຕີ,  ຮອງປະທານຄະນະ ກໍາມະການຮ່ວມມື ຫວຽດນາມ-ລາວ ດຳເນີນກອງປະຊູມ ເພື່ອທົບທວນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຂໍ້ຕົກລົງແຜນການຮ່ວມມື ກໍ່ຄື ບົດບັນທຶກກອງປະຊຸມຄັ້ງທີ 43 ປະຈໍາປີ 2021 ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືບັນຫາ ສໍາຄັນຈໍານວນໜຶ່ງ ເຊັ່ນ: ຂັ້ນຕອນການເພີ່ມອັດຕາ ການຖືຮຸ້ນຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດຮຸ້ນ ສ່ວນທ່າເຮືອສາກົນ ລາວ-ຫວຽດນາມ, ເຊິ່ງສອງຝ່າຍຄາດວ່າ ຈະໃຫ້ສຳເລັດໃນໄຕມາດທີ 3 ຂອງປີນີ້. ນອກນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບ ຄວາມຄືບໜ້າ ຂອງໂຄງການ ເສັ້ນທາງລົດໄຟ ລາວ-ຫວຽດນາມ ແຕ່ທ່າແຂກ ຫາທ່າເຮືອຫວຸ້ງອ່າງ, ບັນດາເງື່ອນໄຂອຳນວຍຄວາມສະດວກ ໃນການໂອນຫຸ້ນ ຂອງບໍ່ເກືອກາລີ ຢູ່ແຂວງ ຄຳມ່ວນ, ການຊື້ຂາຍໄຟຟ້າ ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ.

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:02-01-2021     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 4347 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download