ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ


ເນື່ອງ​ໃນ​ໂອ­ກາດ​ທີ່ ພັກ​ກອມ​ມູ​ນິດ​ຫວຽດ­ນາມ ເປີດກອງ​ປະ­ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XIII, ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ໄດ້​ສົ່ງ​ໂທ­ລະ­ເລກ​ອວຍ ­ພອນ​ເຖິງ ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ຊຶ່ງ​ມີບາງເນື້ອໃນສໍາຄັນ ດັ່ງ­ນີ້:
ຕາງ­ໜ້າ​ໃຫ້ ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ, ພວກ​ຂ້າ­ພະ­ເຈົ້າ ມີ​ຄວາມ​ປິ​ຕິ​ຊົມ­ຊື່ນ​ເປັນ​ຢ່າງ​ຍິ່ງ ຂໍ​ສົ່ງ​ຄວາມ​ຊົມ­ເຊີຍ ແລະ ຄໍາ​ອວຍ­ພອນ​ໄຊ​ອັນ​ປະ­ເສີດ​ມາ​ຍັງ ກອງ​ປະ­ຊຸມ​ໃຫຍ່ ແລະ ໂດຍ​ຜ່ານ​ກອງ​ປະ­ຊຸມ​ໃຫຍ່​ໄປ​ຍັງ​ສະ­ມາ­ຊິກ​ພັກ ແລະ ປະ­ຊາ­ຊົນ​ຫວຽດ­ນາມ​ອ້າຍ​ນ້ອງ​ທຸກ​ຖ້ວນ​ໜ້າ.
ພວກ​ຂ້າ­ພະ­ເຈົ້າ ຕີ​ລາ­ຄາ​ສູງ​ຕໍ່​ບັນ­ດາ​ໄຊ­ຊະ­ນະ​ອັນ​ສະ­ຫງ່າ​ງາມ, ຜົນ​ສໍາ​ເລັດ​ທີ່​ໃຫຍ່​ຫຼວງ​ສໍາ​ຄັນ, ຮອບດ້ານ, ມີ​ຄວາມ​ໝາຍ​ປະ­ຫວັດ­ສາດ​ຂອງ​ປະ­ຊາ­ຊົນ​ຫວຽດ­ນາມ​ອ້າຍ​ນ້ອງ ທີ່​ຍາດ​ມາ​ໄດ້​ທັງ​ໃນ​ໄລ­ຍະ​ຕໍ່­ສູ້​ກູ້​ຊາດ​ເພື່ອ​ປົດ​ປ່ອຍ­ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ ກໍຄື​ພາ­ລະ­ກິດ​ສ້າງ­ສາ ແລະ ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ​ໃນ​ປັດຈຸ​ບັນ ໂດຍ​ພາຍ​ໃຕ້​ການ​ນໍາ​ພາ​ອັນ​ສະ­ຫຼາດ​ສ່ອງ​ໃສ, ຖືກ­ຕ້ອງ ແລະ ປະ­ດິດ​ສ້າງ​ຂອງ ພັກ​ກອມ​ມູ​ນິດ​ຫວຽດ­ນາມ, ພິເສດ​ແມ່ນ​ພາຍ­ຫຼັງ​ທີ່​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ໄດ້​ລິ​ເລີ່ມ ແລະ ນໍາ​ພາພາ­ລະ­ກິດ​ປ່ຽນ­ແປງ​ໃໝ່​ເປັນ​ເວ­ລາ 35 ປີກ​ວ່າ​ຜ່ານ​ມາ ແລະ ການ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ເຮັດ​ໃຫ້​ຫວຽດ­ນາມ​ມີ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ​ໜັກ​ແໜ້ນ, ສັງ­ຄົມ​ມີ​ຄວາມ​ສະ­ຫງົບ​ປອດ​ໄພ, ເສດຖະ​ກິດ​ມີ​ການ​ພັດ ­ທະ­ນາ​ດ້ວຍ​ຈັງ­ຫວະ​ສູງ​ຢ່າງ​ຕໍ່​ເນື່ອງ; ບົດ­ບາດ, ອິດ​ທິ​ພົນ​ຂອງ ສສ ຫວຽດ­ນາມ ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ­ທີ​ພາກ​ພື້ນ ແລະ ສາ​ກົນ. ພິ­ເສດ​ໃນ​ໄລ­ຍະ​ມໍ່ໆ​ມາ​ນີ້, ພັກ, ລັດ­ຖະ­ບານ​ຫວຽດ­ນາມ ໄດ້​ມີ​ຜົນ​ສໍາ​ເລັດ​ທີ່​ໂດດ​ເດັ່ນ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ ໃນ​ໄລຍະ​ສະ­ກັດ​ກັ້ນ, ຄວບ​ຄຸມ, ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະ­ຍາດ ໂຄ​ວິດ-19, ໄພ​ທໍາ​ມະ​ຊາດ​ທີ່​ຮ້າຍ​ແຮງ ຊຶ່ງ​ໄດ້​ຮັບ​ການ​ຕີ​ລາ­ຄາ​ສູງ​ຈາກ​ວົງ​ຄະ­ນາ​ຍາດ​ສາ​ກົນ.
ບັນ­ດາ​ຜົນ​ສໍາ​ເລັດ​ດັ່ງ­ກ່າວ ເປັນ​ການ​ຢືນ­ຢັນ​ອີກ​ເທື່ອ​ໜຶ່ງ​ເຖິງ​ການ​ນໍາ​ພາ​ອັນ​ສະ­ຫຼາດ​ສ່ອງ​ໃສ, ຖືກ­ຕ້ອງ ແລະ ປະ­ດິດ​ສ້າງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ທັງ​ເປັນ​ການ­ສະ­ແດງ​ເຖິງ​ຄວາມ​ເດັດ­ດ່ຽວ​ໜຽວ​ແໜ້ນ​ຂອງ ພັກ, ລັດ, ຄວາມ​ບາກ­ບັ່ນ​ພະ­ຍາ­ຍາມ​ກ້າວ​ຂຶ້ນ​ດ້ວຍ​ເຫງົ້າ​ພະ­ລັງ​ຄວາມ​ສາ­ມັກ­ຄີ​ເປັນ​ປຶກ​ແຜ່ນ​ຂອງ​ທົ່ວ​ທັງ​ຊາດ ເພື່ອ​ບັນ­ລຸ​ເປົ້າ​ໝາຍ ປະ­ເທດ​ຊາດ​ເຂັ້ມ­ແຂງ, ປະ­ຊາ­ຊົນ​ມີ​ຄວາມ​ຜາ​ສຸກ, ປະ­ຊາ­ທິ­ປະ­ໄຕ, ຍຸ​ຕິ​ທໍາ ແລະ ສີ​ວິ​ໄລ. ບັນ­ດາ​ຜົນ​ສໍາ​ເລັດ​ດັ່ງ­ກ່າວ​ເປັນ​ການ​ໃຫ້​ກໍາ​ລັງ​ໃຈ​ອັນ​ແຮງ​ກ້າ​ແກ່ ພັກ, ລັດ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ປະ­ເທດ​ຊາດ​ຂອງ​ພວກ​ຂ້າ​ພະ​ເຈົ້າ.
ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ນີ້ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ເປັນ​ເຫດ­ການ​ການ­ເມືອງທີ່​ສໍາ​ຄັນ​ຂອງ​ທົ່ວ ພັກ, ລັດ ແລະ ປະ­ຊາ­ຊົນ​ຫວຽດ­ນາມ, ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດ­ທະ­ນາ​ທີ່​ເຂັ້ມ­ແຂງ​ຂອງ​ການ​ປະ­ຕິ­ວັດ​ຫວຽດ­ນາມ​ໃນ​ໄລ­ຍະ​ໃໝ່ຕາມ​ທິດ ສາ­ມັກ­ຄີ, ປະ­ຊາ­ທິ­ປະ­ໄຕ, ເດັດ­ດ່ຽວ, ປະ­ດິດ​ສ້າງ, ພັດ​ທະນາ​ດ້ວຍ​ການ​ສືບ­ຕໍ່​ເພີ່ມ​ທະ­ວີ​ການ​ກໍ່­ສ້າງ, ປັບ­ປຸງ​ພັກ ແລະ ລະ­ບອບ​ການເມືອງ​ໃຫ້​ປອດ​ໃສ, ເຂັ້ມ­ແຂງ; ເສີມ​ຂະ­ຫຍາຍ​ຄວາມ​ມຸ້ງ​ຫວັງ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດ, ເສີມ​ຂະ­ຫຍາຍ​ມາ­ນະ​ຈິດ​ປະ­ຕິ­ວັດ, ເຫງົ້າ​ພະ­ລັງ​ແຫ່ງ​ມະ­ຫາ​ສາ­ມັກ­ຄີ​ທົ່ວ​ທັງ​ຊາດ ໄປ​ຄຽງ​ຄູ່​ກັບ​ການ​ສົມ­ທົບ​ແໜ້ນ​ກັບ​ກໍາ​ລັງ​ແຮງ​ຂອງ​ຍຸກ​ສະ­ໄໝ; ສືບ­ຕໍ່​ຊຸກ­ຍູ້​ພາ­ລະກິດ​ປ່ຽນ­ແປງ​ໃໝ່​ຢ່າງ­ຮອບ­ດ້ານ ເປັນ​ລະ­ບົບ; ສ້າງ­ສາ ແລະ ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ​ໃຫ້​ໜັກ​ແໜ້ນ; ຮັກ­ສາ​ສະ­ພາບ​ແວດ​ລ້ອມ​ສັນ­ຕິ­ພາບ, ສະ­ຖຽນ​ລະ​ພາບ; ສູ້​ຊົນ​ເພື່ອ​ໃຫ້​ປະ­ເທດ​ກາຍ­ເປັນ​ປະ­ເທດ​ພັດ­ທະ­ນາ​ຕາມ​ທິດ​ສັງ­ຄົມ​ນິ­ຍົມ ໃນ​ກາງ​ສະ­ຕະ­ວັດ​ທີ 21.
ໃນ​ຖາ­ນະ​ເປັນ​ພັກ​ທີ່​ເກີດ​ມາ​ຈາກ​ກົກ​ເຄົ້າ​ດຽວ​ກັນ, ເປັນ​ປະເທດ​ຮ່ວມ​ອຸ­ດົມ​ການ ພວກ​ຂ້າ­ພະ­ເຈົ້າຂໍ​ຢືນ­ຢັນ​ວ່າ ເຖິງ​ວ່າ​ສະພາບ​ການ​ພາກ​ພື້ນ ແລະ ໂລກ ຈະ​ມີ​ການ​ຜັນ​ແປ​ໄປ​ແນວໃດ​ກໍຕາມ, ພວກ​ຂ້າ­ພະ­ເຈົ້າ ຈະ​ສືບ­ຕໍ່​ຮ່ວມ​ກັບ ພັກ, ລັດ ແລະ ປະຊາຊົນ​ຫວຽດ­ນາມ ເພື່ອ​ພ້ອມ​ກັນ​ປົກ​ປັກ​ຮັກ­ສາ, ຖະ­ນຸ­ຖະ­ໜອມ ແລະ ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ­ມັກ­ຄີ​ພິ ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ ລະຫວ່າງ ລາວ​-​ຫວຽດ­ນາມ ທີ່​ປະ­ທານ ໂຮ່​ຈິ​ມິນ ຜູ້​ຍິ່ງ​ໃຫຍ່, ປະ­ທານ ໄກ­ສອນ ພົມວິ­ຫານ ແລະ ປະ­ທານ ສຸ­ພາ​ນຸ​ວົງ ໄດ້​ສ້າງ­ຕັ້ງ ແລະ ຖະ­ນຸ­ຖະໜອມ​ມາ​ເປັນ​ເວ ລາ​ຫຼາຍ​ສິບ​ປີ ແລະ ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ ດ້ວຍ​ເລືອດ​ເນື້ອ​ຂອງ​ບັນ­ດາ​ຮຸ່ນ​ການ​ນຳ, ນັກ­ຮົບ​ປະ­ຕິ­ວັດ​ຂອງ​ປະ­ຊາ­ຊົນ​ສອງ​ຊາດ​ຕະ­ຫຼອດ​ມາ ຊຶ່ງ​ໄດ້​ກາຍ­ເປັນ​ມໍ­ລະ­ດົກ​ລວມ​ທີ່​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ເປັນ​ກົດ­ເກນ​ແຫ່ງ​ການ​ຄົງ​ຕົວ ແລະ ຂະ­ຫຍາຍ­ຕົວ​ຂອງ​ສອງ​ຊາດ, ເປັນ​ໜຶ່ງ​ໃນ​ປັດ­ໃຈ​ຕັດ­ສິນ​ໄຊ­ຊະ­ນະ​ຂອງ​ການ​ປະ­ຕິ­ວັດ​ຢູ່​ແຕ່​ລະ​ປະ­ເທດ​ນັ້ນ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ແລະ ມີ​ປະ­ສິດ​ທິ​ຜົນ​ຍິ່ງໆ​ຂຶ້ນ, ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເພື່ອ ສັນ­ຕິ­ພາບ, ສະ­ຖຽນ​ລະ​ພາບ, ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື ເພື່ອ​ການ​ພັດ­ທະ­ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.
ເນື່ອງ​ໃນ​ໂອ­ກາດ​ອັນ​ສະ­ຫງ່າ​ລາ­ສີ​ນີ້, ອີກ​ເທື່ອ​ໜຶ່ງ ພວກ​ຂ້າ ພະ­ເຈົ້າ ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ​ຢ່າງ​ຈິງ​ໃຈ ແລະ ຄວາມ​ຮູ້​ບຸນ­ ຄຸນ​ຢ່າງ​ເລິກ­ເຊິ່ງ​ຕໍ່ ພັກ, ລັດ ແລະ ປະ­ຊາ­ຊົນ​ຫວຽດ­ນາມ​ອ້າຍ​ນ້ອງ ທີ່​ໄດ້​ໃຫ້­ການ​ສະ­ໜັບ­ສະ­ໜຸນ ແລະ ຊ່ວຍ­ເຫຼືອ​ຢ່າງ​ໃຫຍ່​ຫຼວງ, ລ້ຳ​ຄ່າ, ໝົດ​ຈິດ​ໝົດ​ໃຈ, ມີ​ປະ­ສິດ​ທິ​ຜົນ ແລະ ທັນ​ການ​ແກ່ ພັກ​-ລັດ ແລະ ປະ­ຊາ­ຊົນ​ລາວ ໃນ​ພາ­ລະກິດ​ຕໍ່­ສູ້​ເພື່ອ​ເອ­ກະ­ລາດ​ແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ກໍຄື​ໃນ​ພາ­ລະກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ປະ­ເທດ​ຊາດ ຂອງ​ພວກ​ຂ້າ­ພະ­ເຈົ້າ​ໃນ​ປັດ​ຈຸ​ບັນ.
ຂໍ​ອວຍ­ພອນ​ໃຫ້ ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ຈົ່ງ​ປະ­ສົບ​ຜົນ­ສຳ­ເລັດ​ຢ່າງ​ຈົບ​ງາມ.
ພ້ອມ​ນີ້ ຂໍ​ສົ່ງ​ຄໍາ​ອວຍ­ພອນ​ໄຊ​ອັນ​ປະ­ເສີດ​ໃຫ້​ແກ່ ພັກ​ກອມ​ມູ​ນິດ​ຫວຽດ­ນາມ ເນື່ອງ​ໃນ​ໂອ­ກາດ​ວັນ​ສ້າງ­ຕັ້ງ ພັກ​ກອມ​ມູ​ນິດ​ຫວຽດ­ນາມ ຄົບ­ຮອບ 91 ປີ ໃນ​ມໍ່ໆ​ນີ້.
ອວຍ­ພອນ​ໃຫ້ ສາຍ​ພົວ­ພັນ​ມິດ­ຕະ­ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະ­ຊາ­ຊົນ​ສອງ​ຊາດ ລາວ​-​ຫວຽດ­ນາມ ຈົ່ງ​ສວຍ​ສົດ​ງົດ​ງາມ, ໝັ້ນ­ຄົງ​ຂະ­ໜົງ​ແກ່ນ ຕະ­ຫຼອດ​ໄປ.
ໃນ​ໂອ­ກາດ​ດຽວ​ກັນ​ນີ້, ການ​ນໍາ​ຂັ້ນ​ສູງ ບັນ­ດາ​ຄະ­ນະ​ຂອງ​ສູນ​ກາງ​ພັກ, ກະ­ຊວງ, ຂະ­ແໜງ­ການ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ບັນ­ດາ​ອົງ­ການ​ຈັດ​ຕັ້ງ​ມະ­ຫາ­ຊົນ​ຂັ້ນ​ສູນ​ກາງ ຂອງ ສປປ ລາວ ກໍ​ໄດ້​ສົ່ງ​ໂທ­ລະ­ເລກ​ອວຍ­ພອນ ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ XIII ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ ເຖິງ​ຄູ່​ຮ່ວມ​ຕໍາແໜ່​ງ​ຂອງ​ຫວຽດ­ນາມ ເຊັ່ນ​ດຽວ​ກັນ.
ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:26-10-2021     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 2310 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download