ຄະນະຜູ້ແທນ ທີ່ໄດ້ຮັບການເລືອກຕັ້ງອີກວາລະ ແລະ ຄະນະຜູ້ແທນ ຊຸດທໍາອິດທີ່ເຂົ້າຮ່ວມໃນກົມການເມືອງ ສະໄໝທີ XIII ຂອງພັກກອມມູນິດຫວຽດນາມ


ຜົນການເລືອກຕັ້ງໃນກອງປະຊຸມໃຫຍ່ ຄັ້ງທີ XIII ໄດ້ຮັບຮອງເອົາບຸກຄະລາກອນໃນກໍລະນີພິເສດ 10 ກໍລະນີ ເຊິ່ງແມ່ນບຸກຄະລາກອນຢູ່ນອກເກນອາຍຸ ຕາມຂໍ້ກໍານົດ ທີ່ສູນກາງພັກ ຊຸດເກົ່າ ນໍາສະເໜີຕໍ່ກອງປະຊຸມໃຫຍ່ ແລະ ໄດ້ເລືອກຕັ້ງເອົາຄະນະຜູ້ແທນທີ່ໄວ້ວາງໃຈເຂົ້າໃນສູນກາງພັກ ຊຸດໃໝ່ ຈໍານວນ 1.587 ສະຫາຍ.

ໃນນັ້ນ, ກົມການເມືອງ ສະໄໝທີ XIII ທີ່ໄດ້ຮັບການເລືອກຕັ້ງອີກວາລະ ມີ 2 ກໍລະນີພິເສດ: ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ.

ກອງປະຊຸມໃຫຍ່ຄັ້ງປະຖົມມະລຶກຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ໄດ້ຈັດຂຶ້ນໃນຕອນເຊົ້າ (31/1), ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດຂອງພັກຄອມມູນິດຫວຽດນາມ ອີກວາລະ.
ນອກຈາກສອງກໍລະນີພິເສດທີ່ໄດ້ກ່າວມາຂ້າງເທິງນັ້ນ, ຍັງມີກໍາມະການກົມການເມືອງ ສະໄໝທີ XII ອີກ 6 ສະຫາຍ ທີ່ໄດ້ຮັບການເລືອກຕັ້ງໃນກົມການເມືອງ ສະໄໝທີ XIII: ສະຫາຍ ຟ້າມ ມິງ ຈິ້ງ ເລຂາທິການສູນກາງພັກ ສະໄໝທີ XII, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ເວືອງ ດິ່ງ ເຮວ້, ເລຂາພັກນະຄອນ ຫຼວງຮ່າໂນ້ຍ; ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ໂຕເລີມ ລັດຖະມົນຕີ ກະຊວງ ຕໍາຫຼວດ; ສະຫາຍ ຫວໍ ວັນ ເຖືອງ, ເລຂາທິການສູນກາງພັກ ສະໄໝທີ XII, ຫົວໜ້າຄະນະໂຄສະນາອົບຮົມສູນກາງ; ສະຫາຍ ນາງ ເຈືອງ ທິ ມາຍ, ເລຂາທິການສູນກາງພັກ ສະໄໝທີ XII, ຫົວໜ້າຄະນະຂົນຂວາຍສູນກາງ.
ສະຫາຍ ນ. ເຈືອງ ທິ ມາຍ ແມ່ນຄະນະຜູ້ແທນຍິງຜູ້ດຽວໃນກົມການເມືອງ ສະໄໝທີ XIII. ໃນກົມການເມືອງ ສະໄໝທີ XII ມີຄະນະຜູ້ແທນຍິງ 3 ສະຫາຍ: ສະຫາຍ ນ. ຫງວຽນ ທິ ກິມ ເງິນ ປະທາສະພາແຫ່ງຊາດ, ສະຫາຍ ນ. ຕົ້ງ ທິ ຝ້ອງ ຮອງປະທານສະພາແຫ່ງຊາດ ແລະ ສະຫາຍ ນ. ເຈືອງ ທິ ມາຍ, ກໍາມະການຄະນະເລຂາທິການສູນກາງພັກ ສະໄໝທີ XII ໄດ້ຮັບການເລືອກຕັ້ງເຂົ້າໃນກົມການເມືອງ  ສະໄໝທີ XIII ມີ 7 ສະຫາຍ ປະກອບມີ: ສະຫາຍ ຟານ ດິ່ງ ຈາກ, ຫົວໜ້າຄະນະຮັບຜິດຊອບວຽກງານພາຍໃນສູນກາງ; ສະຫາຍ ເຈິ່ນ ເກິມ ຕູ້, ປະທານຄະນະກວດກາສູນກາງ; ສະຫາຍ ຫງວຽນ ຮວ່າ ບິ່ງ ປະທານສານປະຊາຊົນສູງສຸດ; ສະຫາຍ ເຈິ່ນ ແທັງ ເມີ້ນ, ປະທານຄະນະກໍາມະການສູນກາງແນວໂຮມແຫ່ງຊາດຫວຽດນາມ; ສະຫາຍ ຫງວຽນ ວັນ ເນນ, ເລຂາພັກນະຄອນ ໂຮ່ຈີ້ມິນ; ສະຫາຍ ຫງວຽນ ຊວັນ ຖັ້ງ, ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິ້ມິນ, ປະທານສະຖາບັນທິດສະດີສູນກາງ; ສະຫາຍ ພົເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.
ກໍາມະການສູນກາງ ສະໄໝທີ XII ໄດ້ຮັບການເລືອກຕັ້ງເຂົ້າໃນກົມການເມືອງ  ສະໄໝທີ XIII ມີ 3 ສະຫາຍ ປະກອບມີ: ສະຫາຍ ພົໂທ ຟານ ວັນ ຢາງ, ຫົວໜ້າກົມໃຫ່ຍພາລາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ເຈີ່ນ ຕ້ວນ ແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ສະຫາຍ ດິງ ຕ້ຽນ ຢຸ໋ງ ລັດຖະມົນຕີ ກະຊວງການເງິນ.
ສະນັ້ນ, ກໍາມະການກົມການເມືອງ ສະໄໝທີ XIII ໃນຈໍານວນ 18 ສະຫາຍ, ມີ 8 ສະຫາຍ ໄດ້ຮັບການເລືອກຕັ້ງຕື່ມອີກວາລະ ແລະ ມີ 10 ສະຫາຍ ໄດ້ຮັບການເລືອກຕັ້ງເຂົ້າໃໝ່ ເຊິ່ງເປັນສະໄໝກົມການເມືອງຄັ້ງທີ 6 ຂອງສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ (ເປັນກໍາມະການກົມການເມືອງ ນັບຕັ້ງແຕ່ ສະໄໝທີ VIII, ເດືອນທັນວາ 1997). ສະໄໝກົມການເມືອງຄັ້ງທີ 3 ຂອງ ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ; ສ່ວນກໍາມະການກົມການເມືອງ ສະໄໝທີ XII ຈໍານວນ 6 ສະຫາຍ ແມ່ນຫາກໍ່ເປັນກໍາມະການກົມການເມືອງໄດ້ 2 ສະໄໝ.
ໃນກອງປະຊຸມໃຫຍ່ XIII ມີຄະນະຜູ້ແທນ ທີ່ຂຶ້ນກັບຄະນະພັກກອງທັບ ໄດ້ຮັບການເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຈໍານວນ 23 ສະຫາຍ ເຊິ່ງມີ 3 ສະຫາຍໃນຈໍານວນ 23 ສະຫາຍ ປະຈຸບັນແມ່ນກົມການເມືອງ, ຄະນະເລຂາທິການສູນກາງພັກ ສະໄໝທີ XIII ປະກອບມີ: ສະຫາຍ ພົໂທ ຟານ ວັນ ຢາງ, ສະຫາຍ ສະຫາຍ ພົເອກ ເລືອງເກື່ອງ ແລະ ສະຫາຍ ພົໂທ ຫງວຽນ ຈ໋ອງ ເງ້ຍ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

ໃນວາລະ 2016-2020, ກົມການເມືອງ, ຄະນະເລຂາທິການສູນກາງພັກ ສະໄໝທີ XII ມີຄະນະຜູ້ແທນ ກອງທັບ 2 ສະຫາຍ: ສະຫາຍ ພົເອກ ໂງ ຊວັນ ລິກ (ລັດຖະມົນຕີກະຊວງປ້ອງກັນປະເທດ) ແລະ ສະຫານ ພົເອກ ເລືອງເກື່ອງ.

          ຄະນະກວດກາສູນກາງ ມີ 02 ສະຫາຍ ທີ່ເຂົ້າໃນກົມການເມືອງ, ຄະນະເລຂາທິການສູນກາງພັກ ສະໄໝທີ XIII ປະກອບມີ: ສະຫາຍ ເຈິ່ນ ເກິມ ຕູ້ ແລະ ສະຫາຍ ນ. ບຸ໋ຍ ທິ ມິງ ຮວ່າຍ (ຮອງປະທານ ຜູ້ປະຈໍາການຄະນະກວດກາສູນກາງ).

ຜົນສຳເລັດການເລືອກຕັ້ງໃນກອງປະຊຸມໃຫຍ່ຄັ້ງປະຖົມມະລຶກຄະນະບໍລິຫານງານສູນກາງພັກສະໄໝ XIII ກໍ່ໄດ້ຮັບຮອງເປັນຄັ້ງທໍາອິດໃນຫຼາຍສະໄໝຜ່ານມາ,ບັນດາກະຊວງ, ອົງການທຽບເທົ່າກະຊວງ ຄື: ກະຊວງອຸດສາຫະກໍາ ແລະ ການຄ້າ, ກວດກາລັດຖະບານ, ຄະນະຊົນເຜົ່າ ໄດ້ມີການນໍາ  ເປັນກົມການເມືອງ, ຄະນະເລຂາທິການສູນກາງພັກ.
ສໍາລັບເກນອາຍຸ, ກົມການເມືອງ, ຄະນະເລຂາທິການສູນກາງພັກ ສະໄໝທີ XIII ລວມທັງຄະນະຜູ້ແທນຜູ້ເກົ່າ ແລະ ຜູ້ໃໝ່ ມີ 02 ສະຫາຍ ທີ່ມີອາຍຸຫຼັກ 7X: ສະຫາຍ ຫວໍ ວັນ ເຖືອງ ແລະ ສະຫາຍ ເລ ມິງ ຮືງ, ເກີດໃນຊຸມປີ 1970 ຄືກັນ.
ຕາມກົດລະບຽບພັກ, ກົມການເມືອງ ກ່ຽວກັບການນໍາພາ ແລະ ການຕິດຕາມ, ກວດກາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ, ມະຕິຂອງຄະນະບໍລິຫານງານສູນກາງພັກ; ການຕົກລົງບັນຫາຕ່າງໆ ກ່ຽວກັບແນວທາງ, ນະໂຍບາຍ, ການຈັດຕັ້ງ, ພະນັກງານ; ການຕົກລົງສັງລວມ ແລະ ກະກຽມເນື້ອໃນໃຫ້ແກ່ກອງປະຊຸມ ຄະນະບໍລິຫານງານສູນກາງ ໃນແຕ່ລະໄລຍະ; ລາຍງານວຽກງານທີ່ໄດ້ເຮັດກ່ອນກອງປະຊຸມຄະນະບໍລິຫານງານສູນກາງ ຫຼື ຕາມທິດຊີ້ຂອງຄະນະບໍລິຫານງານສູນກາງ.
          ຄະນະເລຂາທິການສູນກາງພັກ ກ່ຽວກັບການນໍາພາ-ຊີ້ນໍາວຽກງານປະຈໍາວັນຂອງພັກ: ຊີ້ນໍາວຽກງານກໍ່ສ້າງພັກ ແລະ ວຽກງານມະຫາຊົນ; ກວດກາ ຕິດຕາມການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງຂອງພັກ ກ່ຽວກັບເສດຖະກີິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ; ຊີ້ນໍາການປະສານສົມທົບເຄື່ອນໄຫວວຽກງານ ລະຫວ່າງ ບັນດາການຈັດຕັ້ງໃນລະບົບການເມືອງ; ຕົກລົງບາງບັນຫາ ກ່ຽວກັບການຈັດຕັ້ງ-ພະນັກງານ ແລະ ບັນຫາອື່ນໆ ຈໍານວນໜຶ່ງຕາມການແບ່ງໜ້າທີ່ຮັບຜິດຊອບຂອງຄະນະບໍລິຫານງານສູນກາງພັກ; ຊີ້ນໍາ ແລະ ກວດກາການກະກຽມບັນຫາຕ່າງໆ ທີ່ນໍາສະເໜີຕໍ່ກົມກົມການເມືອງ ເພື່ອປຶກສາຫາລື ແລະ ຕົກລົງ.




ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:02-53-2021     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 2169 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download