ຄະນະວິຊາການ ດຳເນີນການເຄື່ອນໄຫວເຮັດວຽກ ໃນການຕິດຕາມ, ຊຸກຍຸ້ ການຊ່ວຍເຫຼືອລ້າ ແລະ ການລົງທຶນ ຂອງ ສສ ຫວຽດນາມ ຢູ່ບັນດາແຂວງພາກກາງ, ພາກໃຕ້ ຂອງ ສປປ ລາວ ລະຫວ່າງ ວັນທີ 08-13 ພະຈິກ 2021


ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໄດ້ແຕ່ງຕັ້ງຄະນະວິຊາການເພື່ອດຳເນີນການເຄື່ອນໄຫວ ຕິດຕາມ, ກວດກາຊຸກຍູ້ ການຊ່ວຍເຫຼືອລ້າ ແລະ ການລົງທຶນ ຂອງ ສສ ຫວຽດນາມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ລະຫວ່າງ ວັນທີ 08-13 ພະຈິກ 2021 ເຊິ່ງນຳໂດຍ ທ່ານ ໂພໂຂງ ເທບໄກສອນ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເປັນຫົວໜ້າຄະນະວິຊາການ ພ້ອມດ້ວຍພະນັກງານຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ, ຕາງໜ້າຈາກກົມ ອປອ ກະຊວງການຕ່າງປະເທດ, ຕາງໜ້າຈາກກົມສົ່ງເສີມການລົງທຶນ ແລະ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ.

ສຳລັບການເຄື່ອນໄຫວດັ່ງກ່າວ ແມ່ນໃດ້ປະຕິບັດມາດຕະການໃນການສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ19 ຂອງຄະນະສະເພາະກິດວາງອອກ, ໂດຍຈຳກັດຈຳນວນຄົນເຂົ້າຮ່ວມເຮັດວຽກ ແລະ ຮັກສາໄລຍະຫ່າງ. ການລົງເຮັດວຽກໃນຄັ້ງນີ້ ແມ່ນໄດ້ຮັບໝາກຜົນສໍາເລັດ ອັນຈົບງາມ ແລະ ໄດ້ຮັບຜົນເປັນຢ່າງດີ ເປັນຕົ້ນ: ໄດ້ຮູ້ເຖິງສະພາບການພົວພັນຮ່ວມມື ລະຫວ່າງ ທ້ອງຖິ່ນດ້ວຍກັນ ຮູ້ໄດ້ເຖິງບັນຫາສະພາບການລົງທຶນ ຂອງບັນດາວິສາຫະກິດຫວຽດນາມ ຢູ 6 ແຂວງຂອງລາວ ​ແລະ ​ຮູ້​ເຖິງ​ການ​ນຳ​ໃຊ້​ໂຄງການ​ຊ່ວຍ​ເຫລືອ ພາຍຫລັງ​ມອບ-ຮັບ ​ໂຄງການ ​ເພື່ອ​ຕີ​ລາຄາ​ປະສິດທິ​ຜົນ​ຂອງ​ໂຄງການ​ໃນ​ໄລຍະ​ຍາວ.

ໂດຍລວມແລ້ວການຮ່ວມມືຢູ່ບັນດາແຂວງ ເຖິງຈະມີຄວາມຫຍຸ້ງຍາກດ້ານການແພ່ລະບາດຂອງພະຍາດໂຄວິດ 19 ກໍຕາມ ແຕ່ບັນດາແຂວງແຮກສ່ຽວຍັງສືບຕໍ່ເອົາໃຈໃສ່ສາຍພົວພັນການຮ່ວມມືຕ່າງໆ ເປັນຕົ້ນແມ່ນການຊ່ວຍເຫຼືອດ້ານວັດຖຸອຸປະກອນການແພດ, ຊ່ວຍເຫຼືອດ້ານວິຊາການການແພດໃຫ້ແກ່ບັນດາແຂວງ ດັ່ງຄຳສຸພາສິດທີ່ວ່າ: ເຂົ້າເມັດຫັກ-ຜັກເສັ້ນດຽວ ກໍແບ່ງກັນກິນ.

ດ້ານການລົງທຶນຂອງ ສສ ຫວຽດນາມ ແມ່ນມີຫລາຍອັນທີ່ມີຄວາມສະດວກ ໂດຍໄດ້ຮັບການຊຸກຍູ້ຊ່ວຍໜູນຈາກພາກສ່ວນກ່ຽວຂ້ອງຂອງຝ່າຍລາວ ແລະ ມີບາງກິດຈະການໂຄງການລົງທຶນຈຳນວນໜຶ່ງທີ່ພົບຄວາມຫຍຸ້ງຍາກ ເຊິ່ງຈະຕ້ອງໄດ້ຮັບການແກ້ໄຂໂດຍໄວ ເພື່ອບໍ່ໃຫ້ເກີດການລ່າຊ້າໃນການປະຕິບັດວຽກງານ ແລະ ຕ້ອງໄດ້ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນດຳເນີນການກວດກາຄືນຕໍ່ບັນດາກິດຈະການໃດທີ່ດຳເນີນໃດ້ດີແມ່ນໃຫ້ສືບຕໍ່ຊຸກຍູ້ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນ ແລະ ກິດຈະການໃດທີ່ຍັງມີຄວາມຊັັກຊ້າ ຫຼື ບໍ່ດຳເນີນກິດຈະການ ແມ່ນຕ້ອງໃດ້ຮີບຮ້ອນປັບປຸງ ແລະ ລາຍງານຄືນໃຫ້ແກ່ສູນກາງກໍຄືຝ່າຍຫວຽດນາມ ເພື່ອຊາບ ແລະ ມີວິທີທາງອອກທີ່ເໝາະສົມ../

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:15-00-2021     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 1664 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download