ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ


ໃນຕອນເຊົ້າວັນທີ 17 ພຶດສະພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ລະຫວ່າງວັນທີ 15-17 ພຶດສະພາ 2022 ເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງສະພາແຫ່ງຊາດ.


          ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການຈັດຕັ້ງປະຕິບັດ ໜຶ່ງໃນບັນດາກິດຈະກຳ ສຳລັບການສະເຫຼີມສະຫຼອງ ແລະ ຂໍ່ານັບຊົມເຊີຍ 2 ວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 45 ປີ ໃຫ້ມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນດ້ານຕ່າງໆ ທີ່ສະພາແຫ່ງຊາດຫວຽດນາມ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ, ລວມທັງ ຜົນສໍາເລັດຂອງການຮ່ວມມືສອງຝ່າຍ ໂດຍສະເພາະ ການປະຕິບັດໂຄງການທີ່ສຳຄັນ,  ຜົນສໍາເລັດຂອງການພົບປະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ເປັນການປະ ກອບສ່ວນສໍາຄັນ ເຮັດໃຫ້ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ ກໍຄື ສອງລັດຖະບານ ລາວ-ຫວຽດນາມ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ນັບມື້ເຂົ້າສູ່ລວງເລິກ, ແທດຕົວຈິງ, ມີປະສິດທິຜົນສູງ ແລະ ນໍາເອົາຜົນປະໂຫຍດ  ມາສູ່ປະຊາຊົນສອງປະເທດ; ໄດ້ຕີລາຄາສູງ ແລະ ຍົກໃຫ້ເຫັນໝາກຜົນ ກໍ່ຄືມູນເຊື້ອອັນດີງາມ ໃນການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ. ຄຽງຄູ່ກັບການພົວພັນຮ່ວມມື ທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີ ຕໍ່ສະຫາຍ ປະທານສະພາແຫ່ງຊາດຫວຽດນາມ ສືບຕໍ່ຊີ້ນໍາ ແລະ ເພີ່ມທະວີການຮ່ວມມືດ້ານຕ່າງໆກັບ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດ ມາໃຫ້ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ສະຫາຍ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ ສະພາແຫ່ງຊາດຫວຽດນາມ ຈົ່ງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງ ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມ ຜ່ານສະຫາຍ ປະທານສະພາແຫ່ງຊາດ ໄປຍັງການນຳຂັ້ນສູງ ຂອງພັກ ແລະ ລັດ ແຫ່ງ ສສ ຫວຽດນາມ ຕື່ມອີກ.
            ໃນໂອກາດດຽວກັນ, ສະຫາຍ ເວືອງ ດິງ ເຫວະ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະພາແຫ່ງຊາດລາວ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມ; ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19ແລະ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ ຮ່ວມກັນ.
ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:18-33-2022     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 2096 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download