ປະທານສະພາແຫ່ງຊາດຫວຽດນາມພົບປະ ກັບທ່ານນາຍົກລັດຖະມົນຕີ ​ລາວ


 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ພົບປະ ກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ (ພາບ: TTXVN)

 

ກ່າວຄຳເຫັນນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ນັບມື້ນັບມີຄວາມແຫນ້ນແຟ້ນ, ສອງຝ່າຍໄດ້ສົມທົບກັນເປັນຢ່າງດີໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດ ພິເສດ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ, ສາກົນ ຄື: IPU, APPF ພ້ອມທັງສະແດງຄວາມຂອບອົກຂອບໃຈ ສປປ ລາວ ທີ່ໄດ້ສະຫນັບສະຫນູນ, ເຂົ້າຮ່ວມບັນດາການເຄື່ອນໄຫວຂອງອາຊຽນ, AIPA ໃນປີ 2020 ໂດຍຫວຽດນາມ ເປັນປະທານ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນ: ສະພາແຫ່ງຊາດຫວຽດນາມ ຈະສົມທົບຢ່າງແຫນ້ນແຟ້ນກັບສະພາແຫ່ງຊາດ ລາວ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ລັດຖະບານສອງປະເທດ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເພີ່ມທະວີການສົມທົບຕິດຕາມການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານເພື່ອໃຫ້ສຳເລັດຕາມການກຳນົດເວລາບັນດາໂຄງການຈຸດສຸມ ຊື່ງເປັນສັນຍາລັກຂອງການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີໂຄງການກໍ່ສ້າງສຳນັກງານສະພາແຫ່ງຊາດລາວ ຫລັງໃຫມ່.

ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງບົດບາດເປັນປະທານ ອາຊຽນ, ປະທານ AIPA 41 ຂອງຫວຽດນາມ ໃນປີ 2020 ແລະ ຖືວ່າ: ຫວຽດນາມ ໄດ້ມີບັນດາວິທີເຮັດຢ່າງມີຫົວຄິດປະດິດສ້າງ, ຖືບົດບາດຂອງແມ່ຍິງເປັນສຳຄັນດ້ວຍເລື່ອງຈັດຕັ້ງກອງປະຊຸມສຸດຍອດການນຳຍິງ ອາຊຽນ ໃນເດືອນພະຈິກຜ່ານມາ.

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:02-38-2021     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 1029 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download