ວາງສີລາເລີກໂຮງໝໍມິດຕະພາບແຂວງຊຽງຂວາງ


ໃນວັນທີ 2 ມັງກອນ 2016 ທີ່ແຂວງຊຽງຂວາງ ໄດ້ຈັດພິທີວາງສີລາເລີກໂຄງການກໍ່ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງຂຶ້ນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ ທັງເປັນປະທານຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ, ທ່ານ ຫງວຽນ ຈີ ຢຸງ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ປະທານຄະນະກໍາມາທິການຮ່ວມມື ຫວຽດນາມ-ລາວ ພ້ອມນີ້, ກໍ່ມີທ່ານລັດຖະມົນຕີວ່າການ ກະຊວງສາທາລະນະສຸກ, ທ່ານເຈົ້າແຂວງໆຊຽງຂວາງ, ຮອງປະທານຄະນະກຳມາທິການຮ່ວມມື ລາວ ແລະ ຫວຽດນາມ,ບັນດາການນຳທັງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ເຂົ້າຮ່ວມ.

ທ່ານ ຫງວຽນ ຈີ ຢຸງ ໄດ້ກ່າວວ່າ: ໂຄງການກໍ່ສ້າງໂຮງໝໍມິດຕະພາບແຫ່ງນີ້ ແມ່ນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານລາວ ທີ່ໄດ້ສະແດງເຖິງການເອົາໃຈໃສ່ ແລະ ຄວາມເປັນຫວ່ງເປັນໃຍຂອງການນຳທັງສອງປະເທດ ຕໍ່ກັບການເພີ່ມທະວີວຽກງານການດູແລສຸຂະພາບ ຂອງປະຊາຊົນລາວບັນດາເຜົ່າ. ທັງເປັນການສ້າງພື້ນຖານທີ່ດີ ຮັບໃຊ້ໃຫ້ແກ່ວຽກງານກວດສຸຂະພາບ ແລະ ປິ່ນປົວພະຍາດ ໃນຂະແໜງສາທາລະນະສຸກຂອງແຂວງ ໃຫ້ມີຄວາມທັນສະໄໝຂຶ້ນເປັນກ້າວໆ.

ນອກຈາກນີ້, ທ່ານ ສຈ. ດຣ. ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ກໍ່ໄດ້ກ່າວຕື່ມອີກວ່າ: ໂຄງການກໍ່ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ ຖືວ່າເປັນການສະແດງເຖິງບາດກ້າວອັນໃໝ ່ແຫ່ງການເພີ່ມທະວີການພົວພັນຮ່ວມມືຮອບດ້ານ ຂອງສອງລັດຖະບານ ລາວ-ຫວຽດນາມ, ອັນເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ແຫ່ງຄວາມສາມັກຄີມິດຕະພາບ ແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງຊາດ. ໂຄງການກໍ່ສ້າງໂຮງໝໍແຫ່ງນີ້ມີມູນຄ່າການກໍ່ສ້າງປະມານ 17 ລ້ານໂດລາສະຫະລັດ ເຊິ່ງປະກອບມີຕຶກອາຄານທີໄດ້ມາດຕຖານ, ມີ200 ຕຽງ,ອຸປະກອນການເພດທີທັນສະໄໝ ແລະ ທຶນຝຶກອົບຮົມຍົກລະດັບວິຊາການ ຂະແໜງການສາທາລະນະສຸກ. ຖ້າໂຄງການນີ້ສຳເລັດ ຈະເປັນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງ ເຂົ້າໃນຂະແໜງສາທາລະນະສຸກ ທີ່ຈະໄດ້ມີການນຳໃຊ້ເຄື່ອງມື ແລະ ວິທະຍາສາດເຕັກນິກ ທາງການແພດຂັ້ນສູງເຂົ້າໃນການບົ່ງມະຕິພະຍາດ ແລະ ການປິນປົ່ວຄົນເຈັບ ຢູ່ແຂວງຊຽງແຂວງ ແລະ ບັນດາແຂວງອ້ອມຂ້ອງໃຫ້ມີບາດກ້າວໃໝ່ເກີດຂຶ້ນ.
ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:14-37-2020     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 1880 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download