ສະຫາຍ ຫງວຽນ ຈີ້ ຢຸງ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ສົ່ງສານອວຍພອນ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ສູນກາງພັກປະຊາຊົນ ປະຕິວັດລາວ


          ເນື່ອງໃນໂອກາດທີ່ ກອງປະຊຸມໃຫຍ່ຜູ້ແແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່, ສະຫາຍ ຫງວຽນ ຈີ້ ຢຸງ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ດ້ານເສດຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດ-ເຕັກນິກ ຫວຽດນາມ-ລາວ ໄດ້ສົ່ງສານອວຍພອນ.
ເນື້ອໃນສານອວຍພອນ ຂຽນວ່າ: "ພວກຂ້າພະເຈົ້າ ຕີລາຄາຢ່າງສູງຕໍ່ ບັນດາຜົນສຳເລັດອັນໃຫຍ່ຫຼວງ ທີ່ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ; ໃນນັ້ນ ສະຫາຍ ໄດ້ມີບົດບາດອັນໃຫຍ່ຫຼວງ ໃນຖານະເປັນນາຍົກລັດຖະມົນຕີ. ພິເສດ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສະຫາຍ ທີ່ຍາມໃດກໍ່່ໄດ້ໃຫ້ການສະໜັບສະໜູນ, ນຳພາ, ຊີ້ນຳ ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ສອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ກໍ່ຄື ຄະນະຊ່ຽວຊານ ທີ່ມາຊ່ວຍເຫຼືອລາວ ກ່ຽວກັບການຄຸ້ມຄອງເສດຖະກິດມະຫາພາກ ໄດ້ເຮັດຫຼ້ອນໜ້າທີ່ຂອງຕົນ ຕາມທີ່ສອງນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ເປັນຢ່າງດີ, ເປັນການປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບແບບພິເສດ ລາວ-ຫວຽດນາມ.

ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງໃໝ່, ສະຫາຍ ຈະສືບຕໍ່ປະກອບສ່ວນໃຫຍ່ຫຼວງ ເຂົ້າໃນ ພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດລາວ ໃຫ້ມີຄວາມຮຸ່ງເຮືອງວັດທະນາຈະເລີນຖາວອນ, ທັງປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ; ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໂດຍຜ່ານກົນໄກ ຄະນະກຳມະການ ລະຫວ່າງລັດຖະບານ.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ".

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:25-17-2021     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 1795 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download