ທີ່ການຕ້ອນຮັບ, ທ່ານ ສົມດີ ບຸນຄຸນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ, ເນັ້ນໜັກວ່າ, ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງວ່າ ບັນດາຜົນງານ ເຊິ່ງ ປະເທດ ລາວ ຍາດມາໄດ້ໃນໄລຍະຜ່ານມາ ສ່ວນໜຶ່ງແມ່ນຍ້ອນມີການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ. ພັກ, ລັດ ແລະປະຊາຊົນ ລາວ ໃຫ້ຄໍາໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປັບປຸງ ແລະຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ກວ່າອີກ, ຊ່ວຍໃຫ້ການພົວພັນນີ້ນັບມື້ນັບສະໜິດຕິດພັນ, ມີປະສິດທິຜົນ, ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ.