ປະຫວັດຄວາມເປັນມາ


       ປະຫວັດຄວາມເປັນມາໂດຍຫຍໍ້ ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ

·       ສອງປະເທດ ລາວ ແລະ ຫວຽດນາມ ໄດ້ເລີ່ມສ້າງສາຍພົວພັນນໍາກັນ ຕັ້ງແຕ່ປີ 1977 ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ແລະ ທ່ານ ຟ້າມ ວັນ ດົ່ງ ໃນນາມ ນາຍົກລັດຖະມົນຕີຂອງສອງປະເທດ.

·       ເພື່ອຕອບສະໜອງຂອງການຮ່ວມມື ໃນໄລຍະໃໝ່, ຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ ໄດ້ຖືກສ້າງຕັ້ງຂຶ້ນ ປີ 1995 ຕາມດຳລັດວ່າດ້ວຍການຈັດຕັ້ງ ຂອງຄະນະກຳມາທິການຮ່ວມມື ລະຫວ່າງ ລັດຖະບານລາວ-ຫວຽດນາມ ສະບັບເລກທີ 24/ນຍ, ລົງວັນທີ 22 ເມສາ 1995 ເຊິ່ງມີເນື້ອໃນສຳຄັນ ດັ່ງນີ້:

o   ຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ ມີພາລະບົດບາດ ເປັນອົງການເສນາທິການ ໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຈັດຕັ້ງປະຕິບັດທິດທາງຍຸດທະສາດຂອງການຮ່ວມມື ທີ່ສອງກົມການເມືອງ ແລະ ລັດຖະບານສອງປະເທດ ໄດ້ຕົກລົງ ແລະ ເຊັນກັນ ໃຫ້ມີປະສິດທິຜົນສູງ; ຄຸ້ມຄອງລວມສູນທຸກໆບັນຫາ ທີ່ມີການພົວພັນ ກັບ ສສ ຫວຽດນາມ ແລະ ເຮັດໜ້າທີ່ປະສານສົມທົບກັບ ຝ່າຍຫວຽດນາມ ເພື່ອຜັນຂະຫຍາຍການຮ່ວມມືຂອງສອງປະເທດ;

o   ຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ ມີກອງເລຂາເປັນຜູ້ຊ່ວຍວຽກໂດຍກົງ ເຊິ່ງມີຫ້ອງການປະຈຳການ ຢູ່ ຄະນະກຳມະການແຜນການ ແລະການຮ່ວມມື (ກະຊວງແຜນການ ແລະການລົງທຶນໃນປະຈຸບັນ);

o   ຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ ມີປະທານ 1 ທ່ານ , ຮອງປະທານ 1 ທ່ານ ແລະ ກຳມະການຈຳນວນໜຶ່ງ ເຊິ່ງໄລຍະນັ້ນແມ່ນ ປະທານຄະນະກຳມະການແຜນການ ແລະ ການຮ່ວມມື ເປັນຜູ້ຊີ້ນໍາໂດຍກົງ (ເປັນປະທານ);

o   ໄລຍະດັ່ງກ່າວ ແມ່ນ ທ່ານ ຄຳ​ຜຸຍ ແກ້ວ​ບົວ​ລະ​ພາ, ປະທານຄະນະກຳມະການແຜນການແຫ່ງລັດ ເປັນປະທານ;

·       ໄລຍະ 1997-2002, ລັດຖະບານ ໄດ້ຍ້າຍວຽກການພົວພັນຮ່ວມມື ລາວ-ຫວຽດນາມ ໄປຂຶ້ນກັບ ຫ້ອງການວ່າການສຳນັກງານນາຍົກລັດຖະມົນຕີ.

o   ໄລຍະດັ່ງກ່າວ ແມ່ນທ່ານ ບຸນຍັງ ວໍລະຈິດ, ຮອງນາຍົກລັດຖະມົນຕີ ເປັນປະທານ;

·       ນັບແຕ່ປີ 2002 ໄດ້ຍ້າຍກັບຄືນມາ ກະຊວງແຜນການ ແລະການລົງທຶນ ເຊິ່ງໄລຍະນັ້ນເອີ້ນວ່າ “ຄະນະກໍາມະການແຜນການ ແລະການຮ່ວມມື” ຈົນເຖິງປະຈຸບັນ.

o   ໄລຍະ 2002-2006 ແມ່ນ ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດມົນຕີ, ປະທານຄະນະກຳແຜນການ ແລະ ການຮ່ວມມື ເປັນປະທານ;

o   ໄລຍະ 2006-2016 ແມ່ນ ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເປັນປະທານ;

·       ປີ 2015, ເຫັນໄດ້ຄວາມສຳຄັນຂອງການຮ່ວມມື ລະຫວ່າງສອງປະເທດ, ສອງກົມການເມືອງສູນກາງພັກ ລາວ ແລະ ຫວຽດນາມ ໄດ້ຕົກລົງເຫັນດີເປັນເອກະພາບ ໃຫ້ຍົກສູງພາລະບົດບາດຂອງວຽກງານການຮ່ວມມື ລະຫວ່າງສອງປະເທດ ໂດຍເປັນເອກະພາບຕົກລົງປ່ຽນຊື່ “ຄະນະກຳມາທິການຮ່ວມມື ລາວ-ຫວຽດນາມ” ມາເປັນ “ຄະນະກຳມະການຮ່ວມມື ລາວ-ຫວຽດນາມ” ເຊິ່ງກອງປະຊຸມ ຄັ້ງທີ 37 ລະຫວ່າງ ສອງລັດຖະບານ ກໍ່ໄດ້ເປັນເອກະພາບຮ່ວມກັນຈັດຕັ້ງຜັນຂະຫຍາຍທິດຊີ້ນໍາດັ່ງກ່າວ; ເພື່ອໃຫ້ສອດຄ່ອງກັບການຕົກລົງຂອງສອງກົມການເມືອງ ກໍ່ຄືສອງລັດຖະບານ ແລະ ການຮ່ວມມື ໃນໄລຍະໃໝ່, ລັດຖະບານລາວ ກໍ່ໄດ້ຕົກລົງອອກ ດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ສະບັບເລກທີ 219/ລບ, ລົງວັນທີ 04 ສິງຫາ 2015 ປ່ຽນແທນດໍາລັດສະບັບເກົ່າ (ສະບັບເລກທີ 24/ນຍ) ທີ່ໄດ້ມີມາແຕ່ປີ 1995 ເຊິ່ງມີເນື້ອໃນສໍາຄັນ ຄື:

o   ຮອງນາຍົກລັດຖະມົນຕີ ເປັນປະທານ;

o   ລັດຖະມົນຕີຊ່ວຍ ກະຊວງແຜນການ ແລະການລົງທຶນ ເປັນຮອງປະທານ ຜູ້ປະຈຳການ;

o   ລັດຖະມົນຕີຊ່ວຍ ຫຼື ຫົວໜ້າຫ້ອງການ ຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະຫົວໜ້າ ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມເປັນກຳມະການ;

·       ໃນປີ 2016, ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເປັນປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ (ຂໍ້ຕົກລົງສະບັບເລກທີ 37/ນຍ, ລົງວັນທີ 01 ມິຖຸນາ 2016);

o   ໂດຍແນໃສ່ໃຫ້ສອດຄ່ອງກັບການຕົກລົງດັ່ງກ່າວ, ນາຍົກລັດຖະມົນຕີ ໄດ້ອອກດຳລັດສະບັບເລກທີ 23/ນຍ, ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວ ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ເພື່ອປ່ຽນແທນດຳລັດ ສະບັບເລກທີ 219/ລບ, ລົງວັນທີ 04 ສິງຫາ 2015.

- ລັດຖະມົນຕີກະຊວງແຜນການ ແລະການລົງທຶນ ເປັນປະທານ;

- ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ເປັນຮອງປະທານ ຜູ້ປະຈຳການ;

- ຮອງລັດຖະມົນຕີ ຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເປັນກຳມະການ;

·       ປະ​ຈຸ​ບັນ​, ນາ​ຍົກ​ລັດະ​ຖະ​ມົນ​ຕີ ໄດ້​ອອກ​ຂໍ້​ຕົກ​ລົງສະ
​ບັບ​ເລກ​ທີ 120/ນຍ, ລົງ​ວັນ​ທີ 27 ທັນ​ວາ 2019 ​ແຕ່ງ​ຕັ້ງ ທ່ານ ສອນ​ໄຊ ສີພັນ​ດອນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ເປັນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລາວ-ຫວຽດ​ນາມ ຜູ້​ໃໝ່.

v ກ່ຽວກັບຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ

ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເປັນກົງຈັກຊ່ວຍວຽກໃຫ້ແກ່ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ມີຖານະທຽບເທົ່າກົມ ແລະ ສັງກັດ ຢູ່ໂຄງປະກອບກົງຈັກການຈັດຕັ້ງ ຂອງກະຊວງແຜນການ ແລະການລົງທຶນ, ປະກອບມີ 04 ພະແນກ ຄື: ພະແນກສັງລວມ, ພະແນກການຮ່ວມມືດ້ານເສດຖະກິດ ແລະການລົງທຶນ, ພະແນກການຮ່ວມມືດ້ານສຶກສາ ແລະ ວັດທະນະທຳ-ສັງຄົມ ແລະ ພະແນກຮ່ວມມືດ້ານການເມືອງ; ມີຮອງປະທານ ຜູ້ປະຈຳການ ຊີ້ນໍາຢ່າງໃກ້ຊິດ ໂດຍມີການຂໍທິດຊີ້ນໍາໂດຍກົງຈາກປະທານ ເຊິ່ງແມ່ນລັດຖະມົນຕີກະຊວງແຜນການ ແລະການລົງທຶນ.

ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download