ພິທີ ມອບ-ຮັບ ການຊ່ວຍເຫຼືອລ້າ ພັດທະນາລະບົບຊອບແວ ແລະ ເປີດການນໍາໃຊ້ ເວບໄຊຄະນະກໍາມະການຮ່ວມມື ລາວ-ຫວຽດນາມ


ໃນພິທີ, ທ່ານ ຄໍາເຜີຍ ແກ້ວ ກິນນາລີ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໄດ້ກ່າວຄວາ​ມສຳຄັນ ​ເວັບ​ໄຊ ຂອງຄະນະ​ກຳມະການ​ຮ່ວມ​ມື ລາວ-ຫວຽດນາມ ​ເພື່ອຈະເປັນການໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານການ​ພົວພັນ​ຮ່ວມ​ມື​ລົງທຶນ, ການ​ຄ້າ ​ແລະ ການທ່ອງທ່ຽວ ລາວ-ຫວຽດນາມ​ ​ເພາະສອງ​ປະ​ເທດ ລາວ ແລະ ຫວຽດນາມ ​ແມ່ນເພື່ອນມິດຍຸດທະສາດ, ມີມູນເຊື້ອມາແຕ່ດົນນານ ແນໃສ່ຍົກສູງປະສິດທິພາບຂອງການປະຕິບັດວຽກງານ ໂດຍສະເພາະແມ່ນການຄຸ້ມຄອງບັນດາກິດຈະການ, ໂຄງການຊ່ວຍເຫຼືອລ້າ ແລະ ​ໂຄງການ​ຮ່ວມ​ມື​ລົງທຶນລາວ-ຫວຽດນາມ ເທື່ອລະກ້າວ. ພ້ອມນັ້ນ ທ່ານ ກໍ່ຍັງໄດ້ກ່າວຂອບໃຈ ບໍລິສັດ StarTech ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອພັດທະນາ​ລະບົບ​ຊອບ​ແວ ແລະ ຝຶກ​ອົບ​ຮົມດ້ານໄອທີ ແກ່ພະນັກງານ​ຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ

ບໍລິສັດ StarTech ສະແດງຄວາມດີໃຈ ແລະ ຕີລາຄາສູງ ທີ່ໄດ້ຮັບກຽດອັນສໍາຄັນໃຫ້ປະຕິບັດວຽກງານໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູມຄູນສ້າງສາຍພົວພັນ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ; ການຊ່ວຍເຫຼືອພັດທະນາລະບົບຊອບແວດັ່ງກ່າວ ແບ່ງເປັນ 2 ໄລຍະ: (1) ສ້າງເວບໄຊ ແລະຖານຂໍ້ມູນ, (2) ສ້າງລະບົບຊອບແວຄຸ້ມຄອງ ບັນດາກິດຈະການ, ໂຄງການຊ່ວຍເຫຼືອ ກໍ່ຄືລະບົບການຈໍລະຈອນເອກະສານ ເຊິ່ງບໍລິສັດ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມສຸດຄວາມສາມາດ ເພື່ອສືບຕໍ່ປັບປຸງ-ບໍາລຸງຮັກສາເວັບໄຊໃຫ້ດີຂຶ້ນ ແລະ ຈະຮີບຮ້ອນ ສ້າງລະບົບການຄຸ້ມຄອງບັນດາກິດຈະການ, ໂຄງການຊ່ວຍເຫຼືອ ກໍ່ຄືລະບົບການຈໍລະຈອນເອກະສານ ເຊິ່ງເປັນໄລຍະທີ 2 ຂອງການຊ່ວຍເຫຼືອ ແກ່ຄະນະກໍາມະການຮ່ວມມືຮ່ວມມື ລາວ-ຫວຽດນາມ ໃຫ້ສໍາເລັດ ແລະ ມອບ-ຮັບ ເອົາເຂົ້າສູ່ການນໍາໃຊ້ ໃນທ້າຍປີ 2021 ນີ້.
ເຂົ້າເບີ່ງເວັບໄຊ laovietcco.gov.la

ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download