ໂຄງການ: ກອຍກາ ຊ່ວຍອີກ 2,5 ລ້ານໂດລາ ແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ຢູ່ຊຽງຂວາງ-ຫົວພັນ

ໂຄງການ ກອຍກາ ຊ່ວຍອີກ 2,5 ລ້ານໂດລາ ແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ຢູ່ຊຽງຂວາງ-ຫົວພັນ
ນັກລົງທືນ
ປີ 2019
ທີ່ຢູ່
ມູນຄ່າ

ຮູບພາບໂຄງການ



ລາຍລະອຽດຂອງໂຄງການ

ລະເບີດບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຢັ່ງຢາຍຢູ່ຕາມພື້ນທີ່ທຳການຜະລິດ, ພື້ນທີ່ທຳມາຫາກິນ, ໄຮ່ນາ, ຮົ້ວສວນ ຂອງປະຊາຊົນລາວບັນດາເຜົ່າ ຢູ່ບາງແຂວງ ໃນຂອບເຂດທົ່ວປະເທດ ຍັງສືບສົໍ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເປັນຈຳນວນຫລວງຫລາຍ, ເຊິ່ງແຕ່ລະປີ ໄດ້ມີອຸບັດເຫດເກີດຂຶ້ນ ແລະ ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ເປັນຈຳນວນຫລາຍ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ, ເສຍອົງຄະ, ພິການ ແລະ ເສຍຊີວິດ, ໂດຍສະເພາະຢູ່ແຂວງຊຽງຂວາງ ມີປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຫລາຍກວ່າ 1.800 ຄົນ. ປັດຈຸບັນ ປະຊາຊົນຈຳນວນດັ່ງກ່າວ, ພວມໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງ ຈາກລັດຖະບານ ກໍຄື ຜູ້ໃຫ້ທຶນຊ່ວຍເຫລືອຈາກສາກົນ. ໃນວັນທີ 15 ຕຸລາ 2020 ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ໄດ້ນຳພາຜູ້ຕາງໜ້າຈາກອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ອົງການກອຍກາ (ຜູ້ສະໜອງທຶນຊ່ວຍເຫລືອ) ລົງເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຢູ່ບ້ານນາດີ ເມືອງແປກ ແຂວງຊຽງຂວາງ ເພື່ອສຳຫລວດ ແລະ ເບິ່ງວິຖີການດຳລົງຊີວິດ, ການທຳມາຫາກິນ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ພາຍຫລັງທີ່ໄດ້ໃຫ້ການຊ່ວຍເຫລືອໃນໄລຍະຜ່ານມາ, ທັງສຶກສາຄວາມເປັນໄປໄດ້ ເພື່ອເປັນຂໍ້ມູນພື້ນຖານ ໃນການສືບຕໍ່ໃຫ້ການຊ່ວຍເຫລືອດ້ານຕ່າງໆ ໃນຕໍ່ໜ້າ. ທ່ານ ຊັງຈຸນຄິມ ຮອງຫົວໜ້າອົງການກອຍກາ ປະຈຳລາວ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ອົງການກອຍກາ ໄດ້ສະໜອງທຶນຈຳນວນ 50 ພັນໂດລາສະຫະລັດ ຊ່ວຍເຫລືອຜູ້ທີ່ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຢູ່ ເມືອງແປກ, ເມືອງຄູນ ແລະ ເມືອງຜາໄຊ ແຂວງຊຽງແຂວງ. ໃນນັ້ນ, ໄດ້ຊ່ວຍເຫລືອດ້ານການພັດທະນາອາຊີບ, ສົ່ງເສີມທາງດ້ານກະສິກຳ, ສະໜອງແນວພັນພືດ, ແນວພັນສັດ ແລະ ອື່ນໆເພື່ອຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳ, ມີອາຊີບທີ່ໝັ້ນຄົງ ສາມາດລ້ຽງຊີບ, ລ້ຽງຄອບຄົວໃຫ້ກຸ້ມຢູ່ກຸ້ມກິນໄດ້ຢ່າງຖາວອນ. ພ້ອມນັ້ນ, ອົງການກອຍກາ ຍັງຈະສືບຕໍ່ສະໜອງທຶນ ຈຳນວນ 2,5 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ ຕື່ມອີກ. ຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນປີ 2021 ເປັນຕົ້ນໄປ.
 ຂ່າວ-ພາບ: ທະນູທອງ
ຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ ກວ່າອີກ

ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ...

ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download