ໂຄງການ: ຫວຽດນາມ-ລາວ-ຍີ່ປຸ່ນ ຮ່ວມມືພ້ອມກັນພັດທະນາກະສິກໍາເຕັກໂນໂລຢີສູງ

ໂຄງການ ຫວຽດນາມ-ລາວ-ຍີ່ປຸ່ນ ຮ່ວມມືພ້ອມກັນພັດທະນາກະສິກໍາເຕັກໂນໂລຢີສູງ
ນັກລົງທືນ
ປີ 2019
ທີ່ຢູ່
ມູນຄ່າ

ຮູບພາບໂຄງການ



ລາຍລະອຽດຂອງໂຄງການ

ບໍ­ລິ­ສັດ ຫຸ້ນ​ສ່ວນ​ນົມ​ຫວຽດ­ນາມ (ວີ­ນາ​ມິວ) ໄຂ​ບໍ­ລິ­ສັດ Lao-Jagro Development Xiengkhoang Co.LTD (Lao-Jagro) ແລະ ເລີ່ມ​ກໍ່­ສ້າງ​ໄລ­ຍະ I ຂອງ​ກຸ່ມ ‘‘ຣີ​ສອດ’’ ງົວ​ພັນ​ນົມ​ອິນ​ຊີ ຢູ່​ແຂວງ​ຊຽງ​ຂວາງ ເຊິ່ງ​ແມ່ນ​ໝາກ­ຜົນ​ຂອງ​ການ​ຮ່ວມ​ມື​ລະ­ຫວ່າງ ລາວ-ຫວຽດ­ນາມ ແລະ ຍີ່­ປຸ່ນ ເພື່ອ​ສ້າງ​ເປັນ​ເຂດ​ສະ­ໜອງ​ວັດ­ຖຸ​ດິບ​ນົມ​ສົດ​ອິນ​ຊີ ທີ່​ໄດ້​ມາດ­ຕະ­ຖານ​ສາ­ກົນ ສະ­ໜອງ​ຕະ­ຫຼາດ​ຫວຽດ­ນາມ ແລະ ຂົງ­ເຂດ​ອາ­ຊີ ທັງ​ຊຸກ­ຍູ້​ການ​ພັດ­ທະ­ນາ​ຂະ­ແໜງ​ລ້ຽງ​ງົວ​ພັນ​ນົມ ດ້ວຍ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ຢູ່​ລາວ ເປັນ​ສັນ­ຍະ­ລັກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ບໍ­ລິ­ສັດ Lao-Jagro ແລະ ວີ­ນາ​ມິວ ໃນ​ການ​ປະ­ກອບ­ສ່ວນ​ດ້ານ​ການ​ຮ່ວມ​ມື​ທາງ​ການ​ຄ້າ ແລະ ເພີ່ມ​ທະ­ວີ​ມິດ­ຕະ­ພາບ​ລະ­ຫວ່າງ 3 ປະ­ເທດ.

    ພິ­ທີ​ໄຂ​ບໍ­ລິ­ສັດ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 24 ພຶດ­ສະ­ພາ 2019 ຢູ່​ແຂວງ​ຊຽງ​ຂວາງ ໂດຍ​ມີ​ທ່ານ ສອນ​ໄຊ ສີ​ພັນ​ດອນ ກົມ​ການ­ເມືອງ​ສູນ​ກາງ​ພັກ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສປປ ລາວ ທ່ານ​ນາງ ເຈືອງ ທິ ມາຍ ກຳ­ມະ­ການ​ກົມ​ການ­ເມືອງ ເລ­ຂາ­ທິ­ການ​ສູນ​ກາງ​ພັກ ຫົວ­ໜ້າ​ຄະ­ນະ​ຂົນ­ຂວາຍ​ປະ­ຊາ­ຊົນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ທ່ານ ບຸນ​ຕົ້ນ ຈັນ­ທະ​ພອນ ເຈົ້າ­ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ບໍ­ລິ­ສັດ Lao-Jagro ສ້າງ­ຕັ້ງ​ປີ 2015 ເປັນ​ບໍ­ລິ­ສັດ​ຫຸ້ນ​ສ່ວນ ລະ­ຫວ່າງ​ນັກ​ລົງ­ທຶນ​ຂອງ​ລາວ ແລະ ຍີ່­ປຸ່ນ ເພື່ອ​ພັດ­ທະ­ນາ​ຟາມ​ລ້ຽງ​ງົວ ແລະ ປູກ­ຝັງ​ບັນ­ດາ​ຜະ­ລິດ​ຕະ​ພັນ​ອິນ​ຊີ​ທີ່​ມີ​ແຫຼ່ງ​ກຳ­ເນີດ​ຈາກ​ປະ­ເທດ​ຍີ່­ປຸ່ນ ຢູ່​ເທິງ​ພູ​ພຽງ​ຊຽງ​ຂວາງ ເດືອນ​ກໍ­ລະ­ກົດ 2018 ວີ­ນາ​ມິວ ມີ​ຫຸ້ນ​ສ່ວນ 51% ຂອງ Lao-Jagro ເຊິ່ງ​ເປັນ​ບາດ­ກ້າວ​ໃໝ່​ໃຫ້­ການ​ພັດ­ທະ­ນາ​ໂຄງ­ການ​ກຸ່ມ​ຟາມ​ງົວ​ພັນ​ນົມ​ອິນ​ຊີ​ຢູ່​ລາວ ສຳ­ລັບ​ໄລ­ຍະ​ທີ 1 ມີ​ເນື້ອ­ທີ່ 5.000 ເຮັກ­ຕາ ງົວ 24.000 ໂຕ ມູນ​ຄ່າ 120 ລ້ານ​ໂດ​ລາ​ສະ­ຫະ­ລັດ 1.043,42 ຕື້​ກີບ ຄາດ​ວ່າ​ປີ 2020 ຈະ​ສຳ­ເລັດ​ການ​ກໍ່­ສ້າງ​ຟາມ ແລະ ບັນ­ລຸ​ການ​ຢັ້ງ­ຢືນ​ອິນ​ຊີ ຕາມ​ມາດ­ຕະ­ຖານ​ຢູ​ໂຣບ ແລະ ມາດ­ຕະ­ຖານ​ອາ​ເມ​ຣິ​ກາ ສະ­ໜອງ​ວັດ­ຖຸ​ດິບ​ນົມ­ງົວ​ສົດ​ອິນ​ຊີ ໃຫ້​ໄດ້​ຕາມ​ຄວາມ​ຕ້ອງ­ການ​ຂອງ​ຜູ້​ຊົມ­ໃຊ້​ຢູ່​ຫວຽດ­ນາມ ແລະ ສັງ­ຄົມ ໄລ­ຍະ 2 ຈະ​ເພີ່ມ​ຈຳ­ນວນ​ງົວ ໃຫ້​ໄດ້ 100.000 ໂຕ ເນື້ອ­ທີ່ 20.000 ເຮັກ­ຕາ ມູນ​ຄ່າ​ການ​ລົງ­ທຶນ​ທັງ 2 ໄລ­ຍະ 500 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4.343,73 ຕື້​ກີບ.

    ທ່ານ ບຸນ​ຕົ້ນ ຈັນ­ທະ​ພອນ ກ່າວ​ວ່າ: ແຂວງ​ຊຽງ​ຂວາງ ຕັ້ງ​ຢູ່​ພາກ​ເໜືອ​ດ້ານ​ຕາ­ເວັນ​ອອກ​ຂອງ​ລາວ ທ່າ­ແຮງ​ດ້ານ​ເສດ­ຖະ­ກິດ​ປະ­ກອບ​ດ້ວຍ​ການ​ລ້ຽງ­ສັດ​ໃຫຍ່ ການ­ທ່ອງ­ທ່ຽວ ການ​ປູກ​ພືດ​ຜັກ-ໝາກ​ໄມ້​ເຂດ​ໜາວ ການ​ລົງ­ທຶນ​ເພື່ອ​ລ້ຽງ​ງົວ​ນົມ-ງົວ​ຊີ້ນ ແລະ ສ້າງ​ໂຮງ­ງານ​ປຸ່ງ​ແຕ່ງ​ແບບ​ຄົບ​ຊຸດ​ຄັ້ງ​ນີ້ ເປັນ​ການ​ລົງ­ທຶນ​ທີ່​ສອດ­ຄ່ອງ​ຕາມ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ ໃນ​ບຸ­ລິ­ມະ­ສິດ​ທີ​ໜຶ່ງ​ຂອງ​ແຂວງ​ຊຽງ​ຂວາງ ພວກ​ເຮົາ​ພ້ອມ​ໃຫ້­ການ​ຮ່ວມ​ມື ແລະ ສະ­ໜັບ­ສະ­ໜູນ​ຢ່າງ​ເຕັມ­ທີ່ ເພື່ອ​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ເກີດ​ປະ​ສິດ­ທິ​ຜົນ​ສູງ​ສຸດ ຈະ​ປະ­ກອບ­ສ່ວນ​ໃຫ້­ການ​ພັດ­ທະ­ນາ​ແຂວງ​ມີ​ບາດ­ກ້າວ​ອັນ​ໃໝ່ ຊ່ວຍ​ສ້າງ​ຄວາມ​ຮູ້ ຄວາມ​ເຂົ້າ­ໃຈ ບົດ­ຮຽນ​ຕົວ​ຈິງ​ໃຫ້​ຊາວ​ກະ­ສິ­ກອນ​ປະ­ກອບ​ອາ­ຊີບ​ລ້ຽງ­ສັດ ພັດ­ທະ­ນາ​ໃຫ້​ຄອບ­ຄົວ​ໃຫ້​ມີ​ລາຍ​ຮັບ​ທີ່​ໝັ້ນ­ຄົງ ແລະ ເປັນ​ຄອບ­ຄົວ​ພົ້ນ​ທຸກ​ຢ່າງ​ແທ້​ຈິງ.

ຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ ກວ່າອີກ

ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ...

ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download