ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາສູງ ກອງພົນ11


ທ່ານ​ແສງ​ເພດ ຮຸ່ງ​ບຸນຍວງ ເນັ້​ນ​ໜັກ​ວ່າ ຜ່ານ​ການ​ປ​ະ​ຕິ​ບັດ​ແຜນ​ການ ຂອງ​ພັກ ແລະ ລັດ ກ່ຽວ​ກັບ​ກອງ​ທັບ​ເຂົ້າ​ຮ່ວ​ມາ​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ, ກອງ​ພົນ 11 ບັນ​ລຸ​ໄດ້​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຕະຫຼອດ​ໄລ​ຍະ 3 ທົດ​ສະ​ວັດ​ ຕັ້ງແຕ່​ເວ​ລາ​ສ້າງ​ຕັ້ງ​, ​ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ຂອງ ຫວຽດ​ນາມ.

ທ່ານ ແສງເພັດ ຮຸ່ງບຸນຍວງເອັກອັກຄະລັດຖະທູດ ລາວປະຈຳຫວຽດນາມ

ທີ່ການພົບປະມິດຕະພາບ ຫວຽດນາມ - ລາວໂດຍກອງພົນ 11 ຈັດຕັ້ງຂຶ້ນ, ທ່ານ ແສງເພັດ ຮຸ່ງບຸນຍວງເອັກອັກຄະລັດຖະທູດ ລາວປະຈຳຫວຽດນາມແບ່ງປັນວ່າ: “ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ເຖິງວ່າ ສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຢ່າງວ່ອງໄວ, ສັບສົນກໍ່ຕາມ, ແຕ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມໂດຍທ່ານ ປະທານໂຮ່ຈີມິນຍິ່ງໃຫຍ່, ທ່ານປະທານປະເທດ ໄກສອນ ພົນວິຫານ ແລະ ປະທານ ສຸພານຸວົງ ແສນເຄົາລົບຮັກ ເພີ່ມພຸນຄຸນສ້າງ ພ້ອມກັບການນຳ, ນັກປະຕິວັດ ບັນດາລຸ້ນຄົນ ແລະ ປະຊາຊົນ ສອງປະເທດ ສືບຕໍ່ຜັນຂະຫຍາຍ. ປັດຈຸບັນ, ມັນໄດ້ກາຍເປັນສັບສິນອັນລ້ຳຄ່າຂອງທັງສອງປະເທດ, ແມ່ນກົດເກນເປັນຕາຍ ແລະ ພັດທະນາຂອງສອງປະເທດ, ແມ່ນປັດໄຈຕັດສິນຊີ້ຂາດ ໃນທຸກໄຊຊະນະຂອງປະຕິວັດແຕ່ລະປະເທດ. ການພົວພັນ ຫວຽດ ລາງບໍ່ພຽງແຕ່ບໍ່ຫຼຸດນ້ອຍຖອຍລົງ ຫາຍັງສືບຕໍ່ໄດ້ເພີ່ມທະວີນັບທັງລວງກວ້າງ ແລະ ລວງເລິກໃນທຸກໆຂະແໜງການ”.

ທ່ານ​ແສງ​ເພດ ຮຸ່ງ​ບຸນຍວງ ເນັ້​ນ​ໜັກ​ວ່າ ຜ່ານ​ການ​ປ​ະ​ຕິ​ບັດ​ແຜນ​ການ ຂອງ​ພັກ ແລະ ລັດ ກ່ຽວ​ກັບ​ກອງ​ທັບ​ເຂົ້າ​ຮ່ວ​ມາ​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ, ກອງ​ພົນ 11 ບັນ​ລຸ​ໄດ້​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຕະຫຼອດ​ໄລ​ຍະ 3 ທົດ​ສະ​ວັດ​ ຕັ້ງແຕ່​ເວ​ລາ​ສ້າງ​ຕັ້ງ​, ​ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ຂອງ ຫວຽດ​ນາມ. ພິ​ເສດ, ບໍ​ລິ​ສັດ​ໄດ້​ຄັດ​ເລືອກ​ເອົາ​ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​ໂຄງ​ການ​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງ​ໃໝ່. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຂົ້າ​ຄຸນ​ນະ​ພາບ ແລະ ໝາກ​ຜົນ​ຂອງ​ບໍ​ລິ​ສັດ​ທີ່​ມາ​ຈາກພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ລາວ - ຫວຽດ​ນາມ. ເພາະ​ສະ​ນັ້ນ ໂຄງ​ການ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ສຳ​ຄັນ​ລະ​ຫວ່າງ ສອງ​ປະ​ເທດ, ພ້ອມ​ທັງ​ແມ່ນ​ຂອງ​ຂັວນ​ຂອງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ສະ​ຫງວຽນ​ໃຫ້​ແກ່​ພັກ, ລັດ, ສະ​ພາ​ແຫງ​ຊາດ  ແລະ ປະ​ຊາ​ຊົນ​ລາວ. ໂຄງ​ການ​ທີ່​ມີ​ມູ​ນ​ຄ່າ 110 ລ້ານ ໂດ​ລາ ສະ​ຫະ​ລັດ ແລະ ພາຍຫຼັງ​ສຳ​ເລັດ​ໂຄງ​ການ​ຈະ​ກາຍ​ເປັນ​ສັນ​ຍະ​ລັກ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ນ້ຳ​ໃຈ​ຄ​ວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫ່​ວາງ​ສອງ​ປະ​ເທດ”.

ແລະ​ກໍ່​ທີ່​ການ​ພົບ​ປະ, ທ່ານ​ແສ​ງ​ເພດ ຮຸ່ງ​ບຸນ​ຍວງ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ບົດ​ຮຽນ ແລະ ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ທີ່​ຖອນ​ໄດ້ຈາ​ກ​ການ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ​ຈຸດ​ສຸມ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ທີ​ຜ່ານ​ມາ, ກອງ​ພົນ 11 ຈະ​ສາ​ມາດ​ສຳ​ເລັດ​ການ​ສ້າງ​ໂຄງ​ການ​ສະ​ພາ​ແຫ່ງ​ຊາດ ລາວຫຼັງ​ໃໝ່​ຢ່າງ​ຖືກ​ຕ້ອງ​ຕາມ​ຄວາມ​ຄືບ​ໜ້າ ດ້ວຍ​ຄຸນ​ນະ​ພາບ​ສູງ.

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ເວ​ລາ:29-00-2020     ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 55 ຄັ້ງ



ລຳດັບ ເນື້ອໃນ ລົງວັນທີ ດາວໂຫຼດ
1 ຂໍ້ຕົກລົງ 2710, 9 ພະຈ້ກ 2017 15-10-2020 Download
2 ດຳລັດ ເລກທີ 23 ນຍ, ລົງວັນທີ 16 ມັງກອນ 2017 13-10-2020 Download
3 ສົນທິສັນຍາ ປີ 1977 13-10-2020 Download